ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນຕີ ສາຍໃຈ ກົມມະສິດ ໂອ້ລົມພະນັກງານຫຼັກແຫຼ່ງກອງພົນທີ 1
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຄະນະປະຈຳພັກກະຊວງ ຫົວໜ້າຫ້ອງວ່າການ
ກະຊວງປ້ອງກັນປະເທດ ໂອ້ລົມ ຄະນະພັກ-ຄະນະບັນຊາ ແລະ ພະນັກງານລັກແຫຼ່ງຢູ່ກອງພົນທີ 1

     ໃນວັນທີ 15 ມີນາ 2024 ນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຄະນະປະຈຳພັກກະຊວງ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະ
ເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມ ຄະນະພັກ-ຄະນະບັນຊາ ແລະ ພະນັກງານລັກແຫຼງຢູ່ກອງພົນທີ 1.

      ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຫຼາຍດ້ານທີ່ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ
ກອງພົນທີ 1 ຍາດມາໄດ້ໃນໄລຍະຜ່ານມາ ສະຫາຍ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາພະນັກງານຫຼັກແຫຼ່ງກອງພົນທີ 1 ຕ້ອງເປັນເຈົ້າ
ການໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນປະຈຳ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ມີຄຸນທາດການເມືອງໜັກ
ແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ເອົາໃຈໃສ່ເຮັດໃຫ້ສະພາບມີຄວາມສະຫງົບ, ຍົກສູງສະຕິກຽມພ້ອມສູ້ຮົບໃນທຸກກໍລະນີ ເພື່ອ
ປະຕິບັດໜ້າທີ່ການເຄື່ອນໄຫວ ເຮັດໃຫ້ສະພາບມີຄວາມສະຫງົບ ແລະ ປອດໄພ, ສືບຕໍ່ຜັນຂະຫຍາຍມະຕິຄຳສັ່ງຂອງຂັ້ນເທິງ, ຈັດຕັ້ງກຳລັງຮັກ
ສາຄວາມປອດໄພຈຸດສຳຄັນ ໃນຂອບເຂດກອງພົນຮັບຜິດຊອບ, ສຸ່ມໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ ໂດຍຈັດຕັ້ງປະຕິບັດ 7 ລະ
ບອບ 18 ວຽກ, ຂໍ້ກຳນົດ, ກົດລະບຽບຕ່າງໆໃຫ້ເຂັ້ມງວດ, ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ກວ້າງຂວາງ, ເອົາໃຈໃສ່ແກ້
ໄຂຊີວິດການເປັນຢູ່ ໂດຍສ້າງພະລາທິການກັບທີ່ ເວົ້າລວມເວົ້າສະເພາະແມ່ນຂະບວນການປູກຝັງ - ລ້ຽງສັດ ຢູ່ແຕ່ລະກົມກອງໃຫ້ຫຼາຍຂຶ້ນຕິດ
ພັນກັບທິດຊີ້ນຳທີ່ວ່າ: ກຸ້ມຕົນເອງ, ເພິງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີໃນການຄຸ້ມຄອງປົກປັກຮັກສາ ພາຫະນະ
ເຕັກນິກ ແລະ ອາວຸດກະສູນ ໃຫ້ມີຄວາມກຽມພ້ອມຢູ່ສະເໝີ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ ເພື່ອປົກປັກຮັກ
ສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ.

ແຫຼ່ງຂ່າວໂດຍ ຄຳພຸດ ພານຸວົງ
ວັນທີ 19/03/2024